ພິທີ ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105ປີ

19/11/2025

ພິທີ ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105ປີ

ໃນຕອນບ່າຍຂອງວັນທີ 19 ພະຈິກ 2025 ທີ່ສະໂມສອນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105ປີ ໂດຍການເປັນປະທານຂອງ ສະຫາຍ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມມີສະຫາຍຄະນະປະຈໍາພັກ, ຄະນະພັກກະຊວງ ແລະ ພະນັກງານຫຼັກແຫ່ຼງອ້ອມຂ້າງອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງພິທີໃນຄັ້ງນີ້ ແມ່ນເພື່ອ 1.) ເພື່ອທົບທວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືຜົນສຳເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາ-ຊີ້ນຳຂອງພັກ, 2.) ເພື່ອຖືເອົາການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ເປັນການໂຄສະນາປຸກລະດົມນ້ຳໃຈຮັກຊາດ ຮັກລະບອບໃໝ່ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກຳລັງເພື່ອສົ່ງເສີມຜົນສຳເລັດຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ກະກຽມຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃນຕໍ່ໜ້າ, 3.) ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ຮ່ຳຮຽນເອົາແບບຢ່າງອັນດີງາມ ທີ່ເປັນມໍລະດົກອັນລ້ຳຄ່າໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນສະມາຊິກພັກ–ພະນັກງານທີ່ດີ ເພື່ອສືບທອດພາລະກິດຂອງພັກໄດ້. ແລະ 4.) ເພື່ອເສີມຂະຫຍາຍມູນເຊື້ອການຕໍ່ສູ້ອັນບາກບັ່ນພະຍາຍາມ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ເພື່ອສືບຕໍ່ບຸກທະລຸ ທາງດ້ານແນວຄິດ ຈິນຕະນາການ ຂອງສະມາຊິກພັກ-ພະນັກງານ ເພື່ອເຮັດໃຫ້ສຳເລັດໜ້າທີ່ວຽກງານ ທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້.
ສຳລັບເອກະສານທີ່ນຳມາ ປາຖະກະຖາໃນຄັ້ງນີ້ ປະກອບມີ 3 ພາກຄື: 1) ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ຕັ້ງໜ້າຮ່ຳຮຽນ ແບບຢ່າງ ຄຸນສົມບັດຂອງ ປະທານ ໄກສອນ ພົມວິຫານ ໃຫ້ກຽດປາຖະກະຖາໂດຍ ສະຫາຍ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ 2) ພາລະກິດປະຕິວັດຂອງພັກປະຊາຊົນລາວ ແລະ 3) ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ. ປາຖະກະຖາໂດຍ ສະຫາຍ ປອ ທັດສະກາ ສະພັງທອງ ຄະນະປະຈຳພັກກະຊວງ, ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ.

ເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII