ກອງປະຊຸມ ລັດຖະມົນຕີອາຊຽນ-ຈີນ ກ່ຽວກັບວຽກງານສຸຂານາໄມ ແລະ ສຸຂານາໄມພຶດ ຄັ້ງທີ 9 ແລະ ກອງປະຊຸມທີ່ກ່ຽວຂ້ອງ

15/11/2025

ກອງປະຊຸມ ລັດຖະມົນຕີອາຊຽນ-ຈີນ ກ່ຽວກັບວຽກງານສຸຂານາໄມ ແລະ ສຸຂານາໄມພຶດ ຄັ້ງທີ 9 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 12-14 ພະຈິກ 2025 ທີ່ ຊົງຊີງ, ສປ ຈີນ. ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ປະກອບມີ ຫົວໜ້າກົມແຜນການ ແລະ ການຮ່ວມມື, ຫົວໜ້າກົມປູກຝັງ, ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຮອງຫົວໜ້າ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ຫົວໜ້າພະແນກປະຊາຄົມອາຊຽນ ກົມອາຊຽນ, ກະຊວງການຕ່າງປະເທດ, ຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th ASEAN-China Ministerial Meeting on Phytosanitary (SPS) Cooperation) ທີ່ນະຄອນຊົງຊິງ, ສປ ຈີນ ແລະ ກອງປະຊຸມທີ່ກ່ຽວຂ້ອງ ປະກອບມີ ກອງປະຊຸມ ພົບປະຜູ້ນໍາ ຂອງນະຄອນຊົງຊີງ, ເວທີປາໄສການພັດທະນາເສດຖະກິດໃໝ່ ຕາມແລວທາງການຄ້າສາກົນທາງບົກ-ທາງທະເລ International Land-Sea Trade Corridor (ILSTC) ແລະ ເຂົ້າຮ່ວມງານວາງສະແດງສີ້ນຄ້າການຂົນສົ່ງ ໃນເຂດປົກຄອງຊົງຊີງ 2025.
ກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 ໂດຍການເປັນປະທານຮ່ວມ ຂອງທ່ານ ລັດຖະມົນຕີ ອົງການບໍລິຫານຄຸ້ມຄອງພາສີ ແຫ່ງ ສປ ຈີນ ແລະ ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ປະເທດ ຟິລິປິ່ນ ແລະ ຜູ້ເຂົ້າຮ່ວມປະກອບມີ ກອງເລຂາອາຊຽນ ແລະ ບັນດາ ທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ຜູ້ຕາງໜ້າ ຈາກບັນດາປະເທດສະມາຊິກອາຊຽນ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້: ແມ່ນເພື່ອປືກສາຫາລື ແລະ ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປີ 2024-2025, ຮັບຮອງແຜນການເຄືອນໄຫວຂອງປີ 2026-2027 ຊ່ຶ່ງໄດ້ເນັ້ນໜັກໃສ່ໃຫ້ເຫັນຄວາມສໍາຄັນ ແລະ ວຽກງານການຮ່ວມມືວຽກງານສຸຂານາໄມ ແລະ ສຸຂານາໄມພືດ (SPS) ດ້ານຄວາມປອດໄພອາຫານ, ການຄວບຄຸ້ມພະຍາດພືດ ແລະ ສັດ, ການພັດທະນາຫ້ອງວິໄຈພືດ, ສັດ ແລະ ແຜນການຮ່ວມມືໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສໍາຄັນ ຂອງການສະໜັບສະໜູນ ຂອງ ສປປ ລາວ ຕໍ່ການດໍາເນີນແຜນປະຕິບັດງານຂອງປີ 2026-2027 ຊຸດໃໝ່ ແລະ ສົ່ງເສີມການຮ່ວມມື ອາຊຽນ-ຈີນ ໃນການຄຸ້ມຄອງຄຸນນະພາບ, ຜະລິດຕະພັນກະສິກໍາ ແລະ ສົ່ງເສີມການຄ້າທີ່ຍືນຍົງ. ສໍາລັບ, ກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 10 ຈະໄດ້ຈັດຂື້ນໃນປີ 2027 ຢູ່ທີ່ ຣາຊະອານາຈັກໄທ.
 

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII