ທ່ານຮອງລັດຖະມົນຕີ ກສ ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານຊັບພະຍາກອນນ້ຳ ຢູ່ທີ່ ແຂວງຈຳປາສັກ

10/11/2025

ທ່ານຮອງລັດຖະມົນຕີ ກສ ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານຊັບພະຍາກອນນ້ຳ ຢູ່ທີ່ ແຂວງຈຳປາສັກ

ໃນວັນທີ 10 ພະຈິກ 2025 ທີ່ຜ່ານມາ ຢູ່ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ພ້ອມດ້ວຍຄະນະທີມງານຈາກ ກົມຊັບພະຍາກອນນ້ຳ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ເຂົ້າພົບປະກັບ ທ່ານ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆ ຈຳປາສັກ ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານຊັບພະຍາກອນນ້ຳ ໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊັບພະຍາກອນນໍ້າ ພ້ອມທັງຮ່ວມເປັນປະທານ ໃນພິທີມອບ-ຮັບບໍ່ນ້ຳບາດານ ແລະ ກິດຈະກຳ ຂອງກອງທຶນຊ່ວຍເຫຼືອ ໃນການຮັບມືກັບໄພພິບັດທາງທໍາມະຊາດ ທີ່ແຂວງຈຳປາສັກ.
ຫຼັງຈາກນັ້ນ ໃນວັນຕໍ່ມາ ທ່ານຮອງລັດຖະມົນຕີ ພ້ອມຄະນະໄດ້ເຂົ້າຮ່ວມພິທີມອບ-ຮັບເຄື່ອງຊ່ວຍເຫຼືອທີ່ເປັນອຸປະກອນບັນເທົາທຸກ ແລະ ອຸປະກອນຮັບມືກັບໄພນໍ້າຖ້ວມ ໃຫ້ແກ່ບັນດາບ້ານທີ່ມີຄວາມສ່ຽງໃນການເກີດໄພນໍ້າຖ້ວມ ທີ່ບ້ານຄີລີ ເມືອງຊະນະສົມບູນ ແລະ ບ້ານຊົ້ງ ນະຄອນປາກເຊ ແຂວງຈໍາປາສັກ ທີ່ໄດ້ຮັບທຶນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ສ.ເກົາຫຼີ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ມາຕິນ ເທີເລີ (Mrs. Martine Thérer) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ທ່ານ ດຣ ປາກ (Dr. Rhyunmin Park ) ຕາງໜ້າຜູ້ໃຫ້ທຶນ, ກະຊວງດິນຟ້າອາກາດ ພະລັງງານ ແລະ ສິ່ງແວດລ້ອມ ສ.ເກົາຫຼີ, ມີຄະນະກົມຊັບພະຍາກອນນ້ຳ, ຄະນະພະແນກກະສິກຳ ແລະ ສິ່ງແວດລ້ອມ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ, ຄະນະປົກຄອງເມືອງຊະນະສົມບູນ, ນະຄອນປາກເຊ ແລະ ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ບ້ານຄີລີ, ບ້ານໂສໂລນ້ອຍ ເມືອງຊະນະສົມບູນ ແລະ ບ້ານຊົ້ງ, ບ້ານໂພຕາກ ນະຄອນປາກເຊ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ຄະນະກົມຊັບພະຍາກອນນ້ຳ ກສ ໄດ້ນໍາສະເໜີພາບລວມ ແລະ ຄວາມຄືບໜ້າຂອງໂຄງການຄຸ້ມຄອງຊັບພະຍາກອນນໍ້າ ແບບເຊື່ອມສານ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໃນເຂດຕົວເມືອງ ໃນອ່າງຮັບນໍ້າແມ່ນໍ້າຂອງ ຫຼື ທີ່ຮູ້ຈັກກັນໃນນາມ: ໂຄງການ ROK Mekong. ໂຄງການນີ້: ແມ່ນການຮ່ວມມືກັນລະຫວ່າງ ກົມຊັບພະຍາກອນນ້ຳ ກສ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳລາວ (UNDP), ໂດຍມີເປົ້າໝາຍສຳຄັນ ເພື່ອປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ກຸ່ມທີ່ມີຄວາມສ່ຽງ, ລວມທັງແມ່ຍິງ ແລະ ກຸ່ມຊົນເຜົ່າ, ໃຫ້ມີຄວາມທົນທານຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນເຂດເປົ້າໝາຍ. ໂດຍສືບເນື່ອງມາຈາກຜົນສຳເລັດ ການມອບ-ຮັບອຸປະກອນຮັບມືກັບໄພພິບັດ ແລະ ອຸປະກອນກຽມພ້ອມສຸກເສີນ ໃນປີ2024 ທີ່ຜ່ານມາ ໃຫ້ບັນດາບ້ານທີ່ຢູ່ໃນໂຄງການ ເຊິ່ງໃນປີນີ້ ໂຄງການໄດ້ສຸມໃສ່ ແລະ ສຳເລັດ ໃນການປັບປຸງສະຖານທີ່ຫຼົບໄພນໍ້າຖ້ວມ ລວມມີການຂຸດເຈາະບໍ່ນ້ຳບາດານ ຕິດຕັ້ງໄຟແສງຕາເວັນ ໃຫ້ທັງໝົດ 7 ບ້ານ ສໍາລັບບ້ານຄີລີແມ່ນ ປັບປຸງພື້ນສູນລົບໄພ ພື້ນຫ້ອງນໍ້າ ໃຫ້ມີຄວາມສະດວກ ແລະ ສະໜັບສະໜູນການສ້າງອາຊີບໃຫ້ປະຊາຊົນ ເຊັ່ນການຜະລິດເຕົາປະຢັດ. ນອກນັ້ນ ກໍມີ ກິດຈະກຳທີ່ທາງສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ, ກິດຈະກຳສະໜັບສະໜູນທຶນຊ່ວຍເຫຼືອລ້າ (RFF), ການຝຶກອົບຮົມໃຫ້ແກ່ຊຸມຊົນ ແລະ ການພັດທະນາສື່ສິ່ງພິມ ເພື່ອປູກຈິດສຳນຶກໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ການຄຸ້ມຄອງຊັບພະຍາກອນນ້ຳ ໃຫ້ກັບບັນດາບ້ານຕ່າງໆ ທີ່ຢູ່ໃນເປົ້າໝາຍໂຄງການ.
ໂອກາດນີ້ ກໍມີການຕັດແຖບຜ້າ ເພື່ອມອບຮັບລະບົບນ້ຳປະປາ, ສິ່ງອຳນວຍຄວາມສະດວກໃນສູນຫຼົບໄພ ແລະ ອຸປະກອນທີ່ຈັດຊື້ຜ່ານເງິນທຶນຊ່ວຍເຫຼືອ RFF ຢ່າງເປັນທາງການ ໃຫ້ກຽດຮ່ວມຕັດແຖບຜ້າມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ມາຕິນ ເທີເລີ (Mrs. Martine Thérer) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ທ່ານ ດຣ ປາກ (Dr. Rhyunmin Park ) ຕາງໜ້າຜູ້ໃຫ້ທຶນ, ກະຊວງດິນຟ້າອາກາດ, ພະລັງງານ ແລະ ສິ່ງແວດລ້ອມ, ສ.ເກົາຫຼີ ແລະ ຕາງໜ້າອົງການປົກຄອງເມືອງ ແລະ ບ້ານທີ່ໄດ້ຮັບການຊ່ວຍເຫຼືອອີກດ້ວຍ.
 

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII