ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII ຄັ້ງທີ 2

14/11/2025

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII ຄັ້ງທີ 2

ໂດຍປະຕິບັດຕາມ ຄໍາສັ່ງ ເລກທີ 411/ຄລສພ, ຄຳແນະນຳ ສະບັບເລກທີ 285/ຄກສພ ແລະ ແຈ້ງການ ສະບັບເລກທີ 433/ອກ-ບກ, ໃນວັນທີ 14 ພະຈິກ 2025 ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII ເຊີ່ງເປັນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 2 ພາຍຫຼັງທີ່ໄດ້ດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 1 ໃນກອງປະຊຸມຄັ້ງປະຖົມມະລຶກທີ່ສໍາເລັດໃນຄັ້ງວັນທີ 27-28/10/2025 ທີ່ຜ່ານມາ. ກອງປະຊຸມໄດ້ຈັດຂື້ນທີ່ ສະໂມສອນກະຊວງ. ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ປອ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ມີບັນດາສະຫາຍ ໃນຄະນະປະຈຳພັກກະຊວງ ແລະ ບັນດາສະຫາຍກຳມະການຄະນະພັກກະຊວງເຂົ້າຮ່ວມ.
ໃນທີ່ປະຊຸມ ສະຫາຍເລຂາຄະນະພັກ ໄດ້ມີຄຳເຫັນວ່າ, ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍ ຄວາມສໍາຄັນ ແລະ ມີຄວາມເຊື່ອໝັ້ນວ່າ ບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມທັງໝົດ ຈະພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ເອົາໃຈໃສ່ໃນການຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ການປະຕິບັດໜ້າທີ່ການເມືອງ, ຄວາມຮັບຜິດຊອບ ຂອງແຕ່ລະສະຫາຍ ໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍຄືການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານຕົວຈິງສະໄໝຜ່ານມາ ຢ່າງເລິກເຊິ່ງ ແລະ ກົງໄປ-ກົງມາ, ສົ່ງເສີມດ້ານດີ ແລະ ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອແນໃສ່ປັບປຸງການຈັດຕັ້ງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງພັກ, ຮັບປະກັນການນຳພາທີ່ເຂັ້ມແຂງ ເອກະພາບ ແລະ ມີປະສິດທິຜົນ ໃນການແກ້ໄຂບັນຫາຕົວຈິງຢູ່ ແຕ່ລະບ່ອນ. ເພື່ອເຮັດໃຫ້ ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝ VII ຄັ້ງທີ 2 ເພື່ອປະກອບຄໍາເຫັນ ຕໍ່ການປະຕິບັດໜ້າທີ່-ຄວາມຮັບຜິດຊອບ ຂອງແຕ່ລະສະຫາຍ ໃຫ້ມີເນື້ອໃນຄົບຖ້ວນ, ທັນຕາມກຳນົດເວລາ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ສະເໜີໃຫ້ບັນດາສະຫາຍ ເອົາໃຈ ໃສ່ຄົ້ນຄວ້າ ກຳແໜ້ນ ບາງດ້ານ ດັ່ງນີ້: 1. ດ້ານຄຸນທາດການເມືອງ, 2. ດ້ານຄຸນສົມບັດ ສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ, 3. ນຳພາການປະຕິບັດ ພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ແລະ 4. ແບບແຜນນຳພາ ແລະ ວິທີເຮັດວຽກ. ສົ່ງເສີມດ້ານດີ ແລະ ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອແນໃສ່ປັບປຸງການຈັດຕັ້ງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງພັກ, ຮັບປະກັນການນຳພາທີ່ເຂັ້ມແຂງ ເອກະພາບ ແລະ ມີປະສິດທິຜົນ ໃນການແກ້ໄຂບັນຫາຕົວຈິງຢູ່ແຕ່ລະບ່ອນ. ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງວັນ.
 

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII