ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ວຽກງານໂຄງການ ຄສກສ ຮ່ວມກັບ ADB Mission 6 ເດືອນ ທ້າຍປີ 2025 ໃນລະຫວ່າງວັນທີ 10-15 ພະຈິກ 2025

12/11/2025

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ວຽກງານໂຄງການ ຄສກສ ຮ່ວມກັບ ADB Mission 6 ເດືອນ ທ້າຍປີ 2025 ໃນລະຫວ່າງວັນທີ 10-15 ພະຈິກ 2025

ໃນວັນທີ 13 ພະຈິກ 2025, ຄະນະທີມງານ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ພ້ອມດ້ວຍຄະນະທີມງານໂຄງການ ຂອງ ADB ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຮັດວຽກ ແລະ ຢ້ຽມຢາມກູ່ມສະຫະກອນ ບ້ານທົ່ງກາງ ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ເພື່ອຕິດຕາມວຽກງານໂຄງການ (ຄສກສ) ຮ່ວມກັບ ADB Mission 6 ເດືອນ ທ້າຍປີ 2025 ແລະ ລົງຕິດຕາມໂຄງການອ່າງເກັບນ້ຳ ທີ່ບ້ານ ດົງໝາກບ້າ ເມືອງເຊບັ້ງໄຟ ແຂວງຄຳມ່ວນ. ໂດຍເປັນປະທານຮ່ວມຂອງ ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ວັນໄຊ ສີປັດໃຈ ຮອງປະທານປົກຄອງເມືອງ ເມືອງ ໄຊບູລີ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະທີມງານໂຄງການ ADB ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ແມ່ນເພື່ອຮັບຟັງການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານຂອງໂຄງການຂັ້ນແຂວງ ລາຍງານການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງນຳໃຊ້ທຶນ SFS ຂອງກຸ່ມຜະລິດ, ລາຍງານການເຄື່ອນໄຫວ ແລະ ການດຳເນີນທຸລະກິດຂອງ ສະຫະກອນເຂົ້າຄຸນນະພາບ ທົ່ງຮາບ ໄຊບູລີ ແຂວງສະຫວັນນະເຂດ ແລະ ລົງຢ້ຽມຢາມໂຄງການ ອ່າງເກັບນໍ້າ, ເຊິ່ງເປັນໜອງລວມຂອງບ້ານ ແລະ ໄດ້ຕັ້ງກຸ່ມຜູ້ນໍາໃຊ້ນໍ້າໃນເຂດດັ່ງກ່າວ 1 ກຸ່ມ ຂື້ນໃນປີ 2008 ແລະ ຢູ່ໃນຂັ້ນຕອນການປັບປຸງອ່າງ, ໜອງລວມບ້ານ ຈໍານວນ 5 ໜອງ, ເພື່ອໃຫ້ສາມາດສະໜອງນໍ້າໃຫ້ແກ່ການຜະລິດ ໄດ້ຢ່າງສະດວກ ທັງລະດູແລ້ງ ແລະ ລະດູຝົົນ, ມູນຄ່າການປັບປຸງ ກໍ່ສ້າງປະມານ 52,455.60 USD, ມາຮອດປະຈຸບັນຄວາມຄືບໜ້າປະຕິບັດໄດ້ 85.50 % ແລະ ຄາດຈະໃຫ້ສໍາເລັດພາຍໃນຕົ້ນປີ 2026.

ເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII