ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເປີດຂະບວນການສັກຢາກັນພະຍາດສັດ ປະຈໍາປີ 2025

11/11/2025

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເປີດຂະບວນການສັກຢາກັນພະຍາດສັດ ປະຈໍາປີ 2025

ເພື່ອເປັນການເພີ່ມທະວີ ການປ້ອງກັນ ແລະ ຮັກສາສຸຂະພາບສັດລ້ຽງ ບໍ່ໃຫ້ສັດລ້ຽງເປັນພະຍາດ ທັງເປັນການສືບຕໍ່ຍູ້ແຮງ ວຽກງານກັນພະຍາດສັດ ໃຫ້ແຂງແຮງກວ່າເກົ່າ ແນໃສ່ຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບທີ່ອາດເກີດຂຶ້ນກັບສັດລ້ຽງ ທັງເປັນການສະເຫຼີມສະຫຼອງວັນສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ. ສະນັ້ນ, ໃນຕອນເຊົ້າວັນທີ 11 ພະຈິກ 2025 ກົມລ້ຽງສັດ ແລະ ການປະມົງ ຮ່ວມກັບ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ໄດ້ຈັດພິທີເປີດຂະບວນການສັກຢາກັນພະຍາດສັດ ປະຈໍໍາປີ 2025 ຂຶ້ນທີ່ບ້ານໃໝ່ໜອງຄວາຍ, ເມືອງວຽງຄໍາ, ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງ ແຂວງວຽງຈັນ, ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ມີທ່ານຫົວໜ້າຫ້ອງການກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຫົວໜ້າກົມ, ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ພະນັກງານສັດຕະວະແພດ ພ້ອມດ້ວຍປະຊາຊົນພາຍໃນບ້ານໃໝ່ໜອງຄວາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງພິທີຄັ້ງນີ ແມ່ນເພື່ອ ເປັນການປຸກລະດົມສ້າງຈິດສໍານຶກ ແລະ ກໍາລັງແຮງທົ່ວປວງຊົນ ເພື່ອປ້ອງກັນ ແລະ ເຝົ້າລະວັງບໍ່ໃຫ້ເກີດພະຍາດສັດ ໃນຝຸງສັດລ້ຽງ, ຕິດພັນກັບການຍົກສູງສະຕິເປັນເຈົ້າໃນການປ້ອງກັນ ແລະ ຮັກສາສຸຂະພາບສັດລ້ຽງ ໂດຍ ຖືເອົາການປ້ອງກັນເປັນຕົ້ນຕໍ ແລະ ເອົາການປິ່ນປົວເປັນສໍາຄັນ. ພ້ອມນັ້ນ, ຍັງເປັນການນໍາເອົາ ຄວາມຮູ້ພື້ນຖານກ່ຽວກັບການລ້ຽງສັດ ແລະ ການປ້ອງກັນພະຍາດສັດລ້ຽງ ມາເຜີຍແຜ່ ແນະນໍາ ໃຫ້ປະຊາຊົນ ແລະ ຊາວກະສິກອນຜູ້ລ້ຽງສັດ ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສອດຄ່ອງ ຕາມຄວາມຮັບຜິດຊອບທີ່ວ່າ ການກັນພະຍາດສັດ ເປັນໜ້າທີ່ ຂອງທົ່ວປວງຊົນ. ໃນພິທີຄະນະປະທານ ໄດ້ພ້ອມກັນລັ່ນຄອງ 9 ບາດ ເພື່ອເປີດຂະບວນການສັກຢາກັນພະຍາດສັດ ປະຈໍໍາປີ 2025 ຢ່າງເປັນທາງການ ພ້ອມທັງ ຮ່ວມກັນ ສັກຢາກັນພະຍາດສັດ ໃຫ້ກັບສັດລ້ຽງ ປະເພດງົວ ຕື່ມອີກ.

ເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII