ພິທີເປີດຂະບວນການອານະໄມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 27 ປີ.

05/06/2026

ພິທີເປີດຂະບວນການອານະໄມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 27 ປີ.

ໃນວັນທີ 5 ມິຖຸນາ 2026, ທີ່ ສວນເຈົ້າອານຸວົງ ບ້ານຊຽງຍືນ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກົມສິ່ງແວດລ້ອມ, ກະຊວງກະສິກກຳ ແລະ ສິ່ງແວດລ້ອມ ໄດ້ຈັດ ພິທີເປີດຂະບວນການອານະໄມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 27 ປີ ໂດຍການເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ປອ ນ. ວິໄລວອນ ຈັນທະລາຕີ, ຮອງປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ເຊີ່ງມີຜູ້ເຂົ້າຮ່ວມໃນຂະບວນການອະນະໄມຄັ້ງນີ້້ ປະກອບມີຫຼາຍພາກສ່ວນ ມີທັງພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ຜູ້ປະກອບການ, ພໍ່ແມ່ປະຊາຊາຊົນ ແລະ ໄວໜຸ່ມ ລວມທັງໝົດ ເກືອບ 900 ກວ່າຄົນ.
ຈຸດປະສົງຂອງຂະບວນການອານະໄມໃນມື້ນີ້ ແມ່ນເພື່ອເປັນການປຸກລະດົມໃຫ້ ທຸກພາກສ່ວນໃນສັງ ຄົມເປັນເຈົ້າການ ໃນການປົກປັກຮັກສາສິ່ງແວດລ້ອມ ໂດຍສະເພາະ ແມ່ນການຄຸ້ມຄອງ ແລະ ກໍາຈັດສິ່ງເສດເຫຼືອໃນຕົວເມືອງ ເພື່ອເຮັດໃຫ້ຕົວເມືອງມີຄວາມສະອາດ ງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຈາກນັ້ນທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່າວວ່າ: ການເປີດຂະບວນການອະນາໄມໃນມື້ນີ້ ໄດ້ຈັດເປັນຂະບວນຟົດຟື້ນພ້ອມກັນ ໃນ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ໂດຍຈັດ ຂຶ້່້່ນຮ່ວມກັນ ລະຫວ່າງ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ກິດຈະກໍາອານະໄມໃນຄັ້ງນີ້ ແມ່ນຂະບວນການໜຶ່ງທີ່ຈັດຂຶ້ນເພື່ອສະ ເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ 53 ປີ ພາຍໃຕ້ຄໍາຂວັນ “#NowForClimate” ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 27 ປີ ພາຍໃຕ້ຄໍາຂວັນ “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈ ຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ”
ປັດຈຸບັນ ສິ່ງເສດເຫຼືອ ປລາສຕິກມີປະມານ 300 ລ້ານໂຕນຕໍ່ປີ. ໃນນີ້, ປະມານ 11 ລ້ານໂຕນ ໄຫຼລົງສູ່ທະເລທຸກປີ. ສໍາລັບ ສິ່ງເສດເຫຼືອຈາກຄົວເຮືອນມີປະມານ 2.56 ພັນລ້ານໂຕນ ແລະ ຄາດວ່າຈະເພີ່ມຂຶ້ນ ເຖິງ 3.86 ພັນລ້ານໂຕນ ໃນປີ 2050 ຖ້າບໍ່ມີມາດຕະການຈັດການທີ່ເໝາະສົມ ເຊິ່ງຮຽກຮ້ອງໃຫ້ມີຄ່າໃຊ້ຈ່າຍສູງໃນການຈັດການສິ່ງເສດເຫຼືອດັ່ງກ່າວ.
ສຳລັບ ສປປ ລາວ ຂອງພວກເຮົາ, ບັນຫາສິ່ງເສດເຫຼືອ ກໍເປັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງ ໂດຍສະເພາະ ບັນຫາສິ່ງເສດເຫຼືອໃນຕົວເມືອງ. ສະເພາະໃນນະຄອນຫຼວງວຽງຈັນ ມີປະລິມານສິ່ງເສດເຫຼືອເກີດຂຶ້ນສູງເຖິງ 600 ຫາ 700 ໂຕນຕໍ່ວັນ ເຊີ່ງສິ່ງເສດເຫຼືອສ່ວນຫຼາຍແມ່ນສິ່ງເສດເຫຼືອປະເພດອົງຄະທາດ ແລະ ສິ່ງເສດເຫຼືອປລາສຕິກທີີ່ໃຊ້ຄັ້ງດຽວແລ້ວຖີ້ມ ເປັນຕົ້ນ ຕຸກນໍ້າ, ຖົງຢາງປລາສຕິກ, ສິ່ງເສດເຫຼືອຈາກຄົວເຮືອນ ແລະ ອື່ນໆ.
ເພື່ອຈັດຕັ້ງຜັນຂະຫຍາຍນະໂຍບາຍດັ່ງກ່າວໃຫ້ເປັນຮູບປະທຳ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍໄດ້ຮ່ວມມືກັບບັນດາຂະແໜງການກ່ຽວຂ້ອງຂອງພາກລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງ ຄົມ ແລະ ພາກເອກະຊົນ ໃນການເຄື່ອນໄຫວກິດຈະກຳຕ່າງໆ ເປັນຕົ້ນ ສ້າງລະບຽບການ, ຄູ່ມືວິຊາການ, ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນໃນການຄຸ້ມຄອງສິ່ງເສດເຫຼືອ; ຊຸກຍູ້ສົ່ງເສີມຊຸມຊົນ, ໂຮງຮຽນ ແລະ ສະຖານທີ່ບໍລິການ (ໂຮງແຮມ, ຮ້ານອາຫານ..) ໃຫ້ກາຍເປັນຕົວແບບຂຽວ ສະອາດ, ງາມຕາ; ໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກຜ່ານສື່ຕ່າງໆ ກ່ຽວກັບ ການກຳຈັດສິ່ງເສດເຫຼືອ, ການສົ່ງເສີມການນຳໃຊ້ຫຼັກການ 3Rs ແລະ ອື່ນໆ.
ເພື່ອໃຫ້ພິທີມີຄວາມໝາຍຄວາມສຳຄັນບັນດາຜູ້ທີ່ເຂົ້າມາຮ່ວມໃນງານດັ່ງກ່າວໄດ້ພ້ອມໃຈກັນເກັບຂີ້ເຫຍື້ອເພື່ອເປັນການເຮັດໃຫ້ສະຖານທີ່ດັ່ງກ່າວມີຄວາມສະອາດງາມຕາອີກດ້ວຍ.

ພາບ ແລະ ຂໍ້ມູນເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII
ຈຳນວນຜູ້ເຂົ້າຊົມເວັບໄຊ