ກອງປະຊຸມສໍາມະນາວິທະຍາສາດ ການຄຸ້ມຄອງມົນລະພິດທາງອາກາດຂ້າມຜ່ານຊາຍແດນ

04/06/2026

ກອງປະຊຸມສໍາມະນາວິທະຍາສາດ ການຄຸ້ມຄອງມົນລະພິດທາງອາກາດຂ້າມຜ່ານຊາຍແດນ

ໃນວັນທີ 4 ມິຖຸນາ 2026 ທີ່ນະຄອນຫຼວງພະບາງ, ພະແນກຄອບຄຸມມົນລະພີດ ກົມສິ່ງແວດລ້ອມ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບ ການຄຸ້ມຄອງມົນລະພິດທາງອາກາດຂ້າມຜ່ານຊາຍແດນ ໂດຍການເປັນປະທານຂອງທ່ານ ບຸນມີ ສະຫວັດ ຮອງຫົວໜ້າພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ, ມີທ່ານ ເອກະພົນ ເອກກະລັກກາຣາຮຸ່ງໂຣດ ຜູ້ຊ່ຽວຊານສູນກຽມຄວາມພ້ອມປ້ອງກັນໄພພິບັດແຫ່ງອາຊີ ຫຼື ADPC, ຜູ້ຕ່າງໜ້າຈາກພະແນກການທີ່ກ່ຽວຂ້ອງຂອງກົມສີ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນຝ່າຍຣາຊາອານາຈັກໄທ ແລະ ແຂກທີ່ເຊີນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອສໍາມະນາວິທະຍາສາດ ກ່ຽວກັບການຄຸ້ມຄອງມົນລະພິດທາງອາກາດຂ້າມຜ່ານຊາຍແດນ, ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປະຈໍາປີ 2026 ພ້ອມທັງ ເປັນງານພິທີເປີດໂຄງການຮ່ວມມືລະຫວ່າງ ສປປ ລາວ, ຣາຊາອານາຈັກໄທ ແລະ ສະຫະລັດອາເມລິກາ ໃນການຄຸ້ມຄອງຄຸນນະພາບອາກາດຂ້າມຜ່ານຊາຍແດນ,
ໃນທີ່ປະຊຸມໄດ້ມີການນຳສະເໜີສະພາບລວມຂອງໂຄງການ ການຮ່ວມມືລະຫວ່າງ ສປປ ລາວ, ຣາຊາອານາຈັກໄທ ແລະ ສະຫະລັດອາເມລິກາ ກ່ຽວກັບ ການຄຸ້ມຄອງຄຸນນະພາບອາກາດ ໃນນັ້ນ ໄດ້ມີການຝຶກອົບຮົມປະຕິບັດຕົວຈິງ ຄື: ການນໍາໃຊ້ Air4Laos ສໍາລັບການຄຸ້ມຄອງ ແລະ ຕິດຕາມຄຸນນະພາບອາກາດ, ແນະນໍາກ່ຽວກັບ Air4Laos, ຂໍ້ມູນຄຸນນະພາບອາກາດຈາກດາວທຽມ, ການນໍາໃຊ້ງານຂອງແອັບ Air4Laos, ການແປຂໍ້ມູນຄຸນນະພາບອາກາດ ແລະ ຈຸດສະສົມຄວາມຮ້ອນ, ການນໍາໃຊ້ຂໍ້ມູນເຂົ້າໃນການຕັດສິນໃຈ, ຂໍ້ມູນທີ່ຕ້ອງການນໍາໃຊ້ ແລະ ໜ້າທີ່ຂອງ Air4Laos, ປະສົບການຂອງຜູ້ໃຊ້ ແລະ ຄໍາແນະນໍາເພື່ອປັບປຸງບັນຫາມົນລະພິດທາງອາກາດ, ສ້າງຄວາມເຂັ້ມແຂງໃຫ້ແກ່ນັກວິຊາການຂັ້ນແຂວງ ແລະ ຂັ້ນເມືອງໃນການຕິດຕາມ ແລະ ຄຸ້ມຄອງຄຸນນະພາບອາກາດ ຢູ່ ສປປ ລາວ, ໂດຍສະເພາະແມ່ນຝຸ່ນລະອອງຂະໜາດນ້ອຍ PM2.5 ທີ່ເປັນສິ່ງທ້າທາຍລະດັບພາກພື້ນ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ແລະ ລະບົບນິເວດ, ກອງປະຊຸມໃນຄັັ້ງນີ້ ແມ່ນໄດ້ແລກປ່ຽນບົດຮຽນ, ຄວາມຮູ້ທາງດ້ານວິທະຍາສາດ, ແລະ ນະວັດຕະກໍາ ເພື່ອຊອກຫາວິທີທາງແກ້ໄຂບັນຫາອາກາດທີ່ຍືນຍົງຮ່ວມກັນ.

ພາບ ແລະ ຂໍ້ມູນເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII
ຈຳນວນຜູ້ເຂົ້າຊົມເວັບໄຊ