ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່່ງແວດລ້ອມ ພົບປະ ແລະ ໂອ້ລົມ ກົມລ້ຽງສັດ ແລະ ການປະມົງ.

12/06/2026

ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່່ງແວດລ້ອມ ພົບປະ ແລະ ໂອ້ລົມ ກົມລ້ຽງສັດ ແລະ ການປະມົງ.

ໃນວັນທີ 12 ມີຖຸນາ 2026 ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລົງຢ້ຽມຢາມ, ພົບປະ ແລະ ໂອລົມພະນັກງານ ກົມລ້ຽງສັດ ແລະ ການປະມົງ ໂດຍການຕ້ອນຮັບຂອງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ພ້ອມດ້ວຍ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າສູນ, ຮອງຫົວໜ້າສູນ, ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບົວຫົງ ຄຳຫາ ໄດ້ລາຍງານຫຍໍ້ ການຈັດຕັ້ງປະຕີບັດວຽກງານໃນຊຸມປີຜ່ານມາວ່າ: ກົມລ້ຽງສັດ ແລະ ການປະມົງ ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໃນການຄຸ້ມຄອງ, ພັດທະນາ ແລະ ບໍລິການດ້ານການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ໃຫ້ມີການຂະຫຍາຍຕົວ ເພື່ອຮັບປະກັນຄວາມໝັ້ນຄົງໃນການສະໜອງທາດຊິ້ນ, ໄຂ່, ປາ ທີ່ມີໂພສະນາການ, ປອດໄພ ແລະ ເປັນສິນຄ້າ ຕາມທິດມີຈຸດສຸມ, ມີຄຸນນະພາບ, ສະອາດ, ສີຂຽວ ແລະ ຍືນຍົງ ການຈັດຕັ້ງປະຕິບັດ ທາງດ້ານນິຕິກຳ, (ກົດໝາຍ ວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ, ກົດໝາຍ ວ່າດ້ວຍ ສັດນ້ຳ ແລະ ການປະມົງ ພ້ອມນີ້ຍັງມີ ດຳລັດ, ຄຳສັງ, ແຈ້ງການຕ່າງໆ) ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດ ມາເຖີງປະຈຸບັນ ການຕອບສະໜອງການບໍລິໂພກ ຊີ້ນ, ປາ, ໄຂ ສະເລຍ 73,1 ກິໂລ/ຄົນ/ປີ, ການຜະລິດສັດ ແລະ ສັດນໍ້າ ເປັນສິນຄ້າສົ່ງອອກ: ໃນ 6 ເດືອນຕົ້ນປີ 2026 ແມ່ນສາມາດສົ່ງອອກສັດ ແລະ ຜະ ລິດຕະພັນສັດ ແລະ ສັດນໍ້າ ໄດ້ຫລາຍກວ່າ 98 ລ້ານໂດລາສະຫະລັດ ຫຼື ບັນລຸໄດ້ 49.3% (ຂອງແຜນປີ 200 ລ້ານໂດລາສະຫະລັດ) ການຜະລິດງົວ, ຄວາຍ ເພື່ອປ່ອນໂຮງງານຂ້າສັດທັນສະໄໝ ຕາມກຳລັງການຜະລິດ 1000 ໂຕນ/ມື້, ແຕ່ການສະໜອງມືໜື່ງພຽງ 400-500 ໂຕຕໍ່ມື້ ສ່ວນບໍ່ພໍນັ້ນ ໃນການດໍາເນີນການຜະລິດເບື້ອງຕົ້ນ ແມ່ນຈະນໍາເຂົ້າຈາກຕ່າງປະເທດ ນອກຈາກໂຮງງານຂ້າສັດທັນທະໄໝ ຢູ່ນະຄອນຫຼວງວຽງຈັນ ປະຈຸບັນໃນຂອບເຂດທົ່ວປະເທດ ມີໂຮງຂ້າສັດ ບ່ອນຂ້າສັດຍ່ອຍ ລວມທັງໝົດຈຳນວນ 366 ແຫ່ງ, ໃນນັ້ນ ມີໂຮງຂ້າສັດຂະໜາດໃຫຍ່ 03 ແຫ່ງ, ຂະໜາດກາງ 03 ແຫ່ງ ແລະ ຂະໜາດນ້ອຍ ມີ 04 ແຫ່ງ, ມີໂຮງຂ້າສັດຍ່ອຍ 356 ແຫ່ງ. ການຜະລິດອາຫານສັດ: ປັດຈຸບັນທົ່ວປະເທດ ມີໂຮງງານຜະລິດອາຫານສັດ ທັງໝົດ 16 ແຫ່ງ ແຜນການສູ້ຊົນຜະລິດອາຫານສັດ ໃນປີ 2026 ໃຫ້ໄດ້ 630,610 ໂຕນ, ວຽກງານປະມົງ ມາຮອດປະຈຸບັນ ມີວັງສະຫງວນ ຈຳນວນ 1,100 ວັງ ແລະ ຂື້ນທະບຽນແລ້ວ 890 ວັງ; ມີສູນ, ສະຖານີ ທັງພາກລັດ ແລະ ເອກກະຊົນ ສໍາລັບຜະລິດ ແລະ ສະໜອງລູກປາໃຫ້ແກ່ຊາວກະສິກອນ ທັງໝົດ 521 ແຫ່ງ, ໃນນັ້ນສະຖານີທີ່ຜະລິດລູກປາຂອງລັດ 53 ແຫ່ງ, ຟາມຜະລິດລູກປາ ແລະ ສັດນໍ້າຂອງເອກະຊົນ ຫຼາຍກວ່າ 163 ແຫ່ງ ແລະ ແບບຄອບຄົວ ມີ 405 ແຫ່ງ; ໃນປີ 2026 ທົ່ວປະເທດມີແຜນການປ່ອຍປາຄືນສູ່ທຳມະຊາດ ໃນທົ່ວ 18 ແຂວງ ໃຫ້ໄດ້72 ລ້ານກວ່າໂຕ, ວຽກງານການຄຸ້ມຄອງ ການນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ ໄດ້ມີການຈັດຕັ້ງຢ່າງເຂັ້ມງວດ, ໂດຍສະເພາະ ແມ່ນການນໍາເຂົ້າສັດ, ສັດນໍ້າ, ຜະລິດຕະພັນສັດ ແລະ ສັດນໍ້າ, ພະນັກງານສັດຕະວະແພດ ແລະ ເຈົ້າໜ້າທີ່ກັກກັນສັດ ປະຈຳດ່ານສາກົນ: ຕາມການກວດກາຕົວຈິງ ເຫັນວ່າ: ພະນັກງານສັດຕະວະແພດຢູ່ແຕ່ລະຂັ້ນ ແມ່ນມີຄວາມຈໍາກັດໃນປະລິມານ ແລະ ຄຸນນະພາບ ກ່ຽວກັບ ຫ້ອງວິໄຈ: ມີຫ້ອງວິໄຈສູນວິໄຈພະຍາດສັດ, ຫ້ອງວິໄຈສູນມາດຕະຖານ ແລະ ວິໄຈອາຫານສັດ, ຫ້ອງວິໄຈ ສູນຜະລິດຢາສັດຕະວະແພດ, ຫ້ອງວິໄຈ ສູນພັດທະນາການປະມົງ, ຫ້ອງວິໄຈຢູ່ນະຄອນຫຼວງວຽງຈັນ, ຢູ່ແຂວງຫຼວງນໍ້າທາ, ແຂວງຜົ້ງສາລີ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ, ຊຶ່ງໂດຍລວມ ແມ່ນໄດ້ດໍາເນີນຕາມບົດບາດໜ້າທີ່, ການຜະລິດຢາສັດຕະວະແພດ ຂອງສູນຜະລິດຢາສັດຕະວະແພດ ຢູ່ໜອງແຕ່ງ ໃນ 6 ເດືອນຕົ້ນປີ 2026 ສາມາດຜະລິດຢາປ້ອງກັນພະຍາດສັດໄດ້ທັງໝົດ 1 ລ້ານກວ່າເຂັມ.
ໃນຕ້ອນທ້າຍ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມ ໂດຍໃຫ້ສຸມໃສ່ ຈັດຕັ້ງປະຕິບັດ ແຜນພັດທະນາຂອງຂະແໜງການລ້ຽງສັດ ແລະ ການປະມົງ 5 ປີຕໍ່ໜ້າ (2026-2030) ນັບແຕ່ຂອດຜະລິດ ຮອດການສົ່ງອອກ ໃຫ້ແທດເໝາະກັບສະພາບເງື່ອນໄຂ ແລະ ທ່າແຮງທາງດ້ານຊັບພະຍາກອນ ໄປຄຽງຄູ່ກັບການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງການຜະລິດ ຮັບປະກັນໃຫ້ສາມາດຜະລິດໄດ້ທັງປະລິມານ ແລະ ມີຄຸນນະພາບ ເພື່ອຮັບປະກັນການຄໍ້າປະກັນທາງດ້ານສະບຽງອາຫານ, ໂພຊະນາການ ແລະ ການຜະລິດເປັນສິນຄ້າ ໃຫ້ພຽງພໍ ແລະ ສາມາດສົ່ງອອກໄດ້; ສືບຕໍ່ ສ້າງ, ປັບປຸງ, ເຜີຍແຜ່ ບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ບັນດາຄູ່ມື ດ້ານເຕັກນິກຕ່າງໆ, ພັດທະນາ, ປັບປຸງ ແລະ ຜະລິດແນວພັນ ສັດ ແລະ ສັດນໍ້າ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ ໃນສະພາບປັດຈຸບັນ, ໃຫ້ຫັນໄປສູ່ການຂະຫຍາຍພັນແບບທັນສະໄໝ ແລະ ຮັບປະກັນຄຸນນະພາບຂອງສັດ, ປ້ອງກັນ, ເຝົ້າລະວັງ ແລະ ຄວບຄຸມພະຍາດສັດ ໂດຍສະເພາະ ພະຍາດສັດຕາມລະດູການ ບໍ່ໃຫ້ເກີດຂຶ້ນ ຫຼື ກໍລະນີເກີດຂຶ້ນ ກໍໃຫ້ມີ ມາດຕະການຄວບຄຸມ ແລະ ປ້ອງກັນ, ເຈລະຈາ ຂໍ້ກໍານົດເງື່ອນໄຂ ດ້ານສຸຂານາໄມສັດ (SPS) ກັບບັນດາປະເທດ ຄູ່ຄ້າ ລະຫວ່າງປະເທດ ສປ ຈີນ, ສສ ຫວຽດນາມ ແລະ ປະເທດ ອື່ນໆ, ສົ່ງເສີມ ແລະ ປົກປ້ອງ ຜູ້ຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ໝັ້ນຄົງ, ຄົ້ນຄວ້າ, ກຳນົດ ມາດຕະຖານການລ້ຽງສັດ-ສັດນໍ້າ ທີ່ດີ, ກຳນົດມາດຕະຖານ ແລະ ພັດທະນາວຽກງານກວດກາ, ຢັ້ງຢືນ, ຂຶ້ນທະບຽນ, ຮັບຮອງມາດຕະຖານ ຟາມລ້ຽງສັດ-ສັດນ້ຳ, ໂຮງງານອາຫານສັດ, ໂຮງງານປະ ສົມອາຫານສັດ, ໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ, ໂຮງງານປຸງແຕ່ງຜະລິດຕະພັນສັດ ແລະ ສັດນໍ້າ, ປັບປຸງ ບັນດາຂັ້ນຂອດບໍລິການ, ກົນໄກປະສານງານ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍ ໃຫ້ແກ່ການດໍາເນີນທຸລະກິດເພື່ອສົົ່ງເສີມ ແລະ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການຜະລິດ ສັດ ແລະ ສັດນ້ຳ ເປັນສິນຄ້າ ໃຫ້ຫຼາຍຂຶ້ນ;

ພາບ ແລະ ຂໍ້ມູນເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII
ຈຳນວນຜູ້ເຂົ້າຊົມເວັບໄຊ